ໜງສເຊນປະຊມວສາມນຜຖຫນ

    ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ  ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຜູ້ຖືຮຸ້ນຂອງບໍລິສັດ ຕາມມະຕິສະພາບໍລິຫານ ວັນທີ 16 ຕຸລາ 2020 ທີ່ກຳນົດໃຫ້ບໍລິສັດຮຽກປະຊຸມວິສາມັນ ຜູ້ຖືຫຸ້ນຄັ້ງທີ 1 ປະຈຳປີ 2020 ເພື່ອພິຈາລະນາວາລະທີ່ຈຳເປັນ ດັ່ງນັ້ນ ບໍລິສັດຈຶ່ງຂໍເຊິນທ່ານໃນຖານະຜຸ້ຖືຫຸ້ນຂອງບໍລິສັດຈາກການປິດທະບຽນຜູ້ຖືຫຸ້ນເມື່ອວັນທີ 3 ພະຈິກ 2020 ເຂົ້າຮ່ວມກອງປະຊຸມ ໃນວັນທີ 4 ທັນວາ 2020 ເວລາ 10:00 ເປັນຕົ້ນໄປ ທີ່ ຄອນເວັນຊັນ ເຊັນເຕີ້ ຊັ້ນ 4 ຫ້ອງໄຂ່ມຸກ ໂຮງແຮມ ແລນມາກ ແມ່ຂອງ ລີເວີໄຊທ ບ້ານທາດຂາວ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ

   ຈຶ່ງຮຽນມາເພື່ອເຂົ້າຮ່ວມກອງປະຊຸມໃນວັນ ແລະ ເວລາດັ່ງກ່າວ ຫາກບໍ່ສາມາດເຂົ້າຮ່ວມປະຊຸມໄດ້ດ້ວຍຕົນເອງ ສາມາດມອບສິດໃຫ້ຄົນອື່ນເຂົ້າຮ່ວມກອງປະຊຸມ ໂດຍຈັດເຮັດໜັງສືມອບສິດ ແລະ ແຈ້ງໃຫ້ບໍລິສັດຊາບລ່ວງໜ້າກ່ອນການປະຊຸມ.

Download Document in Laos Version