ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ
ຂ່າວສານ
ໜັງສືເຊີນ ປະຊຸມສາມັນ ຜູ້ຖືຫຸ້ນປະຈຳປີ 2020 ເພື່ອພິຈາລະນາວາລະຕ່າງໆ
ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຜູ້ຖືຮຸ້ນຂອງບໍລິສັດ ຕາມມະຕິສະພາບໍລິຫານ ວັນທີ 10 ມີນາ 2021 ທີ່ກຳນົດໃຫ້ບໍລິສັດຮຽກປະຊຸມສາມັນຜູ້ຖືຫຸ້ນ ປະຈຳປີ 2020 ເພື່ອພິຈາລະນາວາລະຕ່າງໆ ທີ່ກຳນົດໄວ້ ບໍລິສັດຈຶ່ງຂໍເຊິນທ່ານໃນຖານະຜຸ້ຖືຫຸ້ນຂອງບໍລິສັດຈາກການປິດທະບຽນຜູ້ຖືຫຸ້ນເມື່ອວັນທີ 26 ມີນາ 2021 ເຂົ້າຮ່ວມກອງປະຊຸມ ໃນວັນທີ 27 ເມສາ 2021 ເວລາ 09:30 ເປັນຕົ້ນໄປ ທີ່ ຄອນເວັນຊັນ ເຊັນເຕີ ຊັ້ນ 4 ຫ້ອງ Ruby room ໂຮງແຮມແລນມາກ ແມ່ຂອງ ລີເວີໄຊທ໌ ບ້ານທາດຂາວ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ
ຈຶ່ງຮຽນມາເພື່ອເຂົ້າຮ່ວມກອງປະຊຸມໃນວັນ ແລະ ເວລາດັ່ງກ່າວ ຫາກບໍ່ສາມາດເຂົ້າຮ່ວມປະຊຸມໄດ້ດ້ວຍຕົນເອງ ສາມາດມອບສິດໃຫ້ຄົນອື່ນເຂົ້າຮ່ວມກອງປະຊຸມ ໂດຍຈັດເຮັດໜັງສືມອບສິດ ແລະ ແຈ້ງໃຫ້ບໍລິສັດຊາບລ່ວງໜ້າກ່ອນການປະຊຸມ.
Download Document in Laos Version
Download Document in English Version