ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ
ຂ່າວສານ
ນັກສຶກສາຈາກ ສະຖາບັນບັນການທະນາຄານ ລຸ້ນທີ່ 2 ໄດ້ສຳເລັດການລົງຝຶກງານ ກັບ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ
ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ (ມຫທຊ) ຮ່ວມກັບ ສະຖາບັນການທະນາຄານ, ທະນາຄານແຫ່ງ ສປປ ລາວ ຈັດໃຫ້ມີການຝຶກງານຂອງນັກສຶກສາຈາກສະຖາບັນ ຮຸ້ນທີ່ 2 ລົງຝຶກງານທີ່ ບໍລິສັດ ມະຫະທຶນ ເພື່ອໃຫ້ນັກສືກສາສາມາດໃຊ້ວິຊາຄວາມຮູ້ທີຮຽນມາ ຝຶກທັກສະໃຫ້ສອດຄ່ອງກັບການປະຕິບັດວຽກງານຕົວຈິງ ແລະ ຈຸດປະສົງໜຶ່ງ ເພື່ອສົ່ງເສີມສ້າງວຽກເຮັດງານທຳໃຫ້ນັກສືກສາສະຖາບັນການທະນາຄານ ທີມີຄວາມຮູ້ຄວາມສາມາດສອດຄ່ອງກັບການເຮັດວຽກຂອງ ບໍລິສັດ ມະຫະທຶນ ໄດ້ມີວຽກເຮັດງານທຳທີເໝາະສົມກັບຄວາມສາມາດຂອງຕົນ. ໂຄງການນີ້ ເປັນການຮ່ວມມືກັນລະຫວ່າງ 2 ສະຖາບັນ ຊຶ່ງເປັນ ໂຄງການ “ວ່າດ້ວຍການຮວ່ມມືດ້ານວິຊາການ“ ເພື່ອຈະແລກປ່ຽນຖອດຖອນບົດຮຽນທາງດ້ານວິຊາການ ແລະ ເປີດໂອກາດໃຫ້ນັກສືກສາທີຮຽນຢູ່ ສະຖາບັນການທະນາຄານ ທານະຄານແຫ່ງ ສ ປປ ລາວ ລະຫວ່າງ ວັນທີ 06 ມີນາ 2023 ຈົນຮອດ ວັນທີ 05 ພຶດສະພາ 2023


ບໍລິສັດ ມະຫະທຶນ ຂໍສະແດງຄວາມຍິນດີ ກັບນັກສຶກສາ ທີ່ຜ່ານການຝຶກງານ ແລະ ປະຕິບັດວຽກງານຕົວຈິງໄດ້ຢ່າງດີ ແລະ ຂໍໃຫ້ນັກສຶກສາທຸກຄົນປະສົບຄວາມສຳເລັດໃນອານາຄົດ










