ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ
ຂ່າວສານ
ເຊີນເຂົ້າຮ່ວມງານສຳມະນາພາຍໃຕ້ຫົວຂໍ້ “ບໍລິສັດຈົດທະບຽນພົບປະຜູ້ລົງທຶນ Opportunity Day”
ເຊີນເຂົ້າຮ່ວມງານສຳມະນາພາຍໃຕ້ຫົວຂໍ້ “ບໍລິສັດຈົດທະບຽນພົບປະຜູ້ລົງທຶນ Opportunity Day” ຈຸດປະສົງ ແມ່ນເພື່ອເປີດໂອກາດໃຫ້ຜູ້ລົງທຶນທີ່ສົນໃຈ ສາມາດເຂົ້າຮ່ວມຮັບຟັງ, ແລກປ່ຽນ ແລະ ສອບຖາມຂໍ້ມູນສຳຄັນກ່ຽວກັບບໍລິສັດຈົດທະບຽນ. ເຊິ່ງ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ນຳສະເໜີ ໃນວັນທີ 17 ພືດສະພາ 2023 ເວລາ 13:15 – 15:10 ສາມາດຮັບຊົມທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 8 ອາຄານຕະຫຼາດຫຼັກຊັບ ຫຼື ການຖ່າຍທອດສົດຜ່ານທາງ Facebook ຂອງຕະຫຼາດຫຼັກຊັບ.
ສາມາດລົງທະບຽນໄດ້ນັບຕັ້ງແຕ່ມື້ນີ້ ຈົນເຖິງ ວັນທີ 15 ພຶດສະພາ 2023 ຜ່ານ link ຂ້າງລຸ່ມນີ້:
https://forms.gle/uq2DG14LimuXFawU6
ຜູ້ທີ່ລົງທະບຽນ ມີສິດລຸ້ນຮັບລາງວັນຈາກ ຕະຫຼາດຫຼັກຊັບລາວ ແລະ ບໍລິສັດຈົດທະບຽນ ຊຶ່ງຈະປະກາດລາຍຊື່ຜູ້ໂຊກດີພາຍໃນມື້ງານສຳມະນາ.


