Image
ໃນວັນທີ 13 ມີນາ 2024 ທີ່ຜ່ານມາ "ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ"
ໄດ້ຈັດພິທີການແຂ່ງຂັນນຳສະເໜີບົດຄວາມຮ່ວມກັບ "ສະຖາບັນການທະນາຄານ Banking Institute " ໃຫ້ກັບນ້ອງນັກສຶກສາທີ່ຜ່ານການຄັດເລືອກເຂົ້າຮອບ 10 ທີມສຸດທ້າຍ ໃນການນຳສະເໜີບົດຄວາມເພື່ອຊິງທຶນການສຶກສາລວມມູນຄ່າ 30,000,000ກີບ ໃນຫົວຂໍ້: “ທຸລະກິດເຊົ່າສິນເຊື່ອໃນອານາຄົດຂ້າງໜ້າ ພາຍໃຕ້: ສິ່ງແວດລ້ອມ, ສັງຄົມ ແລະ ການປົກຄອງທີ່ດີ ຫຼື “Environmental, Social, Governance: ESG of Leasing Business for the future” ເພື່ອຫາແນວຄິດ ແລະ ມຸມມອງຈາກຄົນລຸ້ນໃໝ່ເພື່ອຈະຫຼຸດຜ່ອນການໃຫ້ບໍລິການທີ່ສົ່ງຜົນກະທົບໃນດ້ານຕ່າງທີ່ນັບມື້ນັບຫຼາຍຂຶ້ນເຊັ່ນວ່າ: ການທີ່ອຸດສາຫະກຳປ່ອຍມົນລະຜິດກໍ່ເຮັດໃຫ້ເກິດພາວະໂລກຮ້ອນ ຫຼື ການທີ່ຫົວໜ່ວຍບໍລິການຕ່າງໆໄດ້ນ້ຳໃຊ້ເຈ້ຍ ຫຼື ຜະລິດຕະພັນພລາສຕິກເຂົ້າໃນການປະຕິບັດງານກໍ່ລ້ວນແຕ່ສົ່ງຜົນກະທົບໃນວົງກ້ວາງ . ຜ່ານການນຳສະເໝີຂອງນັກສຶກສາໄດ້ສະແດງໃຫ້ເຫັນວ່າ ນັກສຶກສາລາວເຮົາມີຄວາມຮູ້ຄວາມສາມາດໃນດ້ານການບໍລິຫານ ແລະ ຍັງສາມາດຊອກຮູ້ໃນການວາງແຜນການເງິນໃນຮູບແບບທີ່ຍັງຍືນຕາມລະດັບສາກົນທີ່ວາງອອກເພື່ອເຮັດໃຫ້ສິ່ງແວດລ້ອມ ແລະຜູ້ໃຫ້ບໍລິການລວມໄປເຖິງປະຊົນຊົນຜູ້ທີ່ນຳໃຊ້ບໍລິການດ້ານຕ່າງໆເພື່ອການພັດທະນາການດຳລົງຊີວິດໃຫ້ໄດ້ຮັບຜົນປະໂຫຍດອັນສູງສຸດ.
?ລາຍລະອຽດການຮັບລາງວັນມີດັ່ງນີ້:
?ລາງວັນທີ່1
- ທ້າວ ໄຊທິພອນ ສຸລິຍະ
- ໄດ້ຮັບທຶນການສຶກສາມູນຄ່າ 10.000.000 ກີບ
?ລາງວັນທີ 2
- ນາງ ມຸກສະຫວັນ ຄຳສີບຸນ ເຮືອງ ແລະ ນາງ ວານິດາ ວັນໂນນລັດ
- ໄດ້ຮັບທຶນການສຶກສາມູນຄ່າ 7.000.000 ກີບ
?ລາງວັນທີ3
- ນາງ ມີນາ ແກ້ວມະນີ
- ໄດ້ຮັບທຶນການສຶກສາມິນຄ່າ 5.000.000ກີບ
Image
Image
Image
?ລາງວັນນຳສະເຫນີດີເດັ່ນ
- ທ້າວ ໄຊທິພອນ ສຸລິຍະ
- ໄດ້ຮັບທຶນການສຶກສາ 1.000.000 ກີບ
?ລາງວັນຊົມເຊີຍ
- ທີມນາງ ອານຸສອນ ລໍບັນລິດ ແລະ ນາງ ຢີ ຢາງ
- ໄດ້ຮັບທຶນການສຶກສາ 1.000.000 ກີບ
?ລາງວັນຜ່ານເຂົ້າຮອບຄັດເລືອກ10ທີມ
- ທີມທ້າວ ທະວີສິດ ພັນທະວົງ
- ທີມທ້າວ ສິນບັນດິດ ສຸດທິພັນ ອັນ
- ທີມນາງ ລຸ້ງລືໄທ ຂຸນນະວົງ
- ທີມນາງ ສຸຈິນດາ ສີພົມມ
- ທີມນາງ ກິວງ ຫງວຽນຍື່
- ທີມນາງ ປາຣິສາ ໄຊສົມແພງ
ແລະທ້າວ ສຸເດັ່ນ ດວງຕາວັນ ແລະ ນາງ ອາພອນ ພິມມະສັງ
( ໄດ້ຮັບທຶນການສຶກສາທີມລະ 1.000.000 ກີບ)
Image
Image
Image
Image
Image
Image
Image
Image