ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ
ຂ່າວສານ
ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ໄດ້ເຂົ້າຮ່ວມພິທີມອບ-ຮັບລາງວັນ ການເປິດ ເຜີຍຂໍ້ມູນດີເດັ່ນ ແລະ ລາງວັນການຄຸ້ມຄອງບໍລິຫານດີເດັ່ນ ປະຈຳປີ 2024

ເມື່ອວັນທີ 20 ທັນວາ 2024 เวลา 9.30- 12.00 น. ທີ່ ຕະຫຼາດຫລັກຊັບລາວ ຊັ້ນ 8, ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ໄດ້ເຂົ້າຮ່ວມພິທີມອບ-ຮັບລາງວັນການເປິດເຜີຍຂໍ້ມູນດີເດັ່ນ ແລະ ລາງວັນການຄຸ້ມຄອງບໍລິຫານດີເດັ່ນ ປະຈຳປີ 2024 ຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ (LSX Disclosure and CG Award 2024). ເຊິ່ງເປັນງານມອບ-ຮັບລາງວັນ ສຳຫລັບບໍລິສັດຈົດທະບຽນໃນຕະຫຼາດຫລັກຊັບລາວ ທີ່ມີຜົນງານດີເດັ່ນ, ເຊີ່ງໃນປີນີ້ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ໄດ້ຮັບໃບຍ້ອງຍໍ ຈຳນວນ 2 ລາງວັນ ໄດ້ແກ່:
ໃບຍ້ອງຍໍ ການເປີດເຜີຍຂໍ້ມູນດີເດັ່ນປະເພດ I ປະຈຳປີ 2024

ທ່ານສຸພັກ ຖິ່ນໄຊພອນ ຜູ້ອຳນວຍການໃຫ່ຍຕະຫລາດຫລັກຊັບລາວໃຫ້ກຽດເປັນຜູ້ມອບລາງວັນໃບຍ້ອງຍໍ ການເປີດເຜີຍຂໍ້ມູນດີເດັ່ນປະເພດ I ປະຈຳປີ 2024 ແກ່ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ຕ່າງໜ້າໂດຍ ທ່ານ ມານົບ ຕຣີລິດວິໄລ ຜູ້ອໍານວຍການ.

ໃບຍ້ອງຍໍການຄຸ້ມຄອງບໍລິຫານດີເດັ່ນປະເພດ II ປະຈຳປີ 2024

ທ່ານ ເອກະລາດ ສີສານ ຮອງຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັບຊັບລາວໃຫ້ກຽດເປັນຜູ້ມອບລາງວັນໃບຍ້ອງຍໍການຄຸ້ມຄອງບໍລິຫານດີເດັ່ນປະເພດ II ປະຈຳປີ 2024 ແກ່ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ຕ່າງໜ້າໂດຍ ທ່ານ ມານົບ ຕຣີລິດວິໄລ ຜູ້ອໍານວຍການ.
