ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ
ຂ່າວສານ
ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ໄດ້ສຳເລັດການຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2024
ໃນວັນທີ 24 ເມສາ 2025 ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ໄດ້ສຳເລັດການຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2024 ທີ່ ໂຮງແຮມ ລາວພາຊ່າ, ຫ້ອງ May Hall. ໂດຍການເປັນປະທານກອງປະຊຸມຂອງ ທ່ານ ທີຣະ ຊຸຕິວະລາພອນ ປະທານສະພາບໍລິຫານ, ຜູ້ອຳນວຍການ ພ້ອມດ້ວຍຄະນະ, ບັນດາຜູ້ຖືຮຸ້ນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ໂດຍມີຄະນະກຳມະການຕິດຕາມ ແລະ ປະເມີນກອງປະຊຸມຈາກ ສຳນັກງານຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບລາວ


