ຂໍ້ກຳນົດການນຳໃຊ້

ຂໍ້ກຳນົດການນຳໃຊ້ເຫຼົ່ານີ້ ຄຸມຄອງການນຳໃຊ້ແອັບພິເຄຊັນ ທີ່ສະໜອງໃຫ້ໂດຍ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ (ມຫທຊ) ກະລຸນາອ່ານຂໍ້ກໍານົດເຫຼົ່ານີ້ໃຫ້ລະອຽດ. ໂດຍການນໍາໃຊ້ແອບພິເຄຊັນ ທ່ານເຫັນດີວ່າທ່ານໄດ້ອ່ານ, ເຂົ້າໃຈ ແລະ ຍອມຮັບຂໍ້ກຳນົດ ລວມທັງເງື່ອນໄຂເພີ່ມເຕີມ ແລະ ນະໂຍບາຍທີ່ອ້າງອິງຢູ່ໃນທີ່ນີ້.

  1. ການນຳໃຊ້ແອັບພິເຄຊັນ

ເມື່ອທ່ານລົງທະບຽນບັນຊີ Mahathuen Mobile ພວກເຮົາຈະຂໍໃຫ້ທ່ານໃສ່ຂໍ້ມູນສ່ວນຕົວທີ່ຈຳເປັນ ລວມທັງທີ່ຢູ່ອີເມວ, ເບີໂທລະສັບມືຖື ແລະ ລະຫັດຜ່ານ. ທ່ານບໍ່ຄວນເອົາລະຫັດຜ່ານສະເພາະຂອງທ່ານໃຫ້ກັບຄົນອື່ນ ແລະ ທ່ານເຫັນດີເກັບຮັກສາມັນໄວ້ເປັນຄວາມລັບຢູ່ຕະຫຼອດເວລາ. ທ່ານຮັບຜິດຊອບຕໍ່ການເກັບຮັກສາລະຫັດຜ່ານຂອງທ່ານໄວ້ໃຫ້ປອດໄພ.

ສຳລັບກໍລະນີຂອງການສໍ້ໂກງ ຫຼື ການນຳໃຊ້ໄປໃນທາງທີ່ຜິດທີ່ບໍ່ແມ່ນຄວາມຜິດຂອງທ່ານ, ທ່ານຍອມຮັບວ່າທຸລະກຳທັງໝົດທີ່ໄດ້ກະທຳພາຍໃຕ້ບັນຊີ Mahathuen ຂອງທ່ານ ແມ່ນຄວາມຮັບຜິດຊອບຂອງທ່ານທັງໝົດ.

  1. ຂໍ້ຫ້າມ

ຕໍ່ໄປນີ້ແມ່ນລາຍການຂອງການປະພຶດທີ່ຜິດກົດໝາຍ ຫຼື ຖືກຫ້າມໃນແອັບ Mahathuen Mobile. ມຫທຊ ຂໍສະຫງວນສິດທີ່ຈະສືບສວນ ແລະ ດຳເນີນການທາງກົດໝາຍທີ່ເໝາະສົມຕໍ່ກັບຜູ້ທີ່ພົວພັນໃນກິດຈະກຳທີ່ຖືກຫ້າມໃດໜຶ່ງຕາມການພິຈາລະນາຂອງ ມຫທຊ ໂດຍສະເພາະ. ກິດຈະກຳທີ່ຖືກຫ້າມລວມມີ:

  • ການໃຊ້ແອັບພິເຄຊັນເພື່ອຈຸດປະສົງໃນການລະເມີດລະບຽບ ຫຼື ກົດໝາຍຂອງທ້ອງຖິ່ນ, ຂອງລັດ ຫຼື ຂອງລັດຖະບານ
  • ການໂພສເນື້ອຫາທີ່ຜິດກົດໝາຍ, ລາມົກ, ທຳລາຍຊື່ສຽງ, ຂົ່ມຂູ່, ລ່ວງລະເມີດ, ໃຊ້ໄປໃນທາງທີ່ຜິດ, ໃສ່ຮ້າຍ, ກຽດຊັງ ຫຼື ເຮັດໃຫ້ເຂີນອາຍແກ່ບຸກຄົນອື່ນ
  • ການໂພສເນື້ອຫາທີ່ສະແດງໃຫ້ເຫັນພຶດຕິກຳທີ່ເປັນອັນຕະລາຍ, ຄຸກຄາມຕໍ່ຊີວິດ ຫຼື ມີຄວາມສ່ຽງອີກຢ່າງໜຶ່ງ
  • ການໂພສ ຊື່ນາມສະກຸນ, ເບີໂທລະສັບ, ທີ່ຢູ່ ຂອງຄົນອື່ນ ລວມເຖິງການແອບອ້າງຮູບທີ່ບໍ່ແມ່ນຂອງຕົນ
  • ການໂພສສິ່ງໃດໜຶ່ງທີ່ອາດຈະເປັນ “ສະແປມ”
  • ການປອມຕົວເປັນຄົນອື່ນເມື່ອໂພສເນື້ອຫາ
  • ການເກັບກ່ຽວ ຫຼື ການເກັບເອົາຂໍ້ມູນກ່ຽວກັບຄົນອື່ນ, ລວມທັງທີ່ຢູ່ອີເມວໂດຍບໍ່ມີຄຳຍິນຍອມຂອງພວກເຂົາ
  1. ຊັບສິນທາງປັນຍາ  

ທຸກເຄື່ອງໝາຍການຄ້າ, ໂລໂກ້, ຮູບພາບ ແລະ ເຄື່ອງໝາຍບໍລິການ, ລວມທັງຂໍ້ກຳນົດເຫຼົ່ານີ້ຕາມທີ່ສະແດງຢູ່ໃນແອັບພິເຄຊັນ ຫຼື ຢູ່ໃນເອກະສານການຕະຫຼາດຂອງພວກເຮົາ, ບໍ່ວ່າໄດ້ຈົດທະບຽນ ຫຼື ບໍ່ຈົດທະບຽນກໍ່ຕາມ, ແມ່ນເປັນຊັບສິນທາງປັນຍາຂອງ ມຫທຊ ແລະ/ຫຼື ພາກສ່ວນທີສາມຜູ້ທີ່ໃຫ້ສິດພວກເຮົານຳໃຊ້ (ລວມກັນແມ່ນ “ເຄື່ອງໝາຍການຄ້າ”). ທ່ານຕ້ອງບໍ່ນຳໃຊ້, ອັດສຳເນົາ, ຜະລິດໃໝ່, ຕີພິມໃໝ່, ອັບໂຫຼດ, ໂພສ, ສົ່ງ, ແຈກຢາຍ ຫຼື ດັດແປງເຄື່ອງໝາຍການຄ້າເຫຼົ່ານີ້ດ້ວຍວິທີໃດໜຶ່ງໂດຍບໍ່ມີຄຳຍິນຍອມເປັນລາຍລັກອັກສອນຈະແຈ້ງຂອງພວກເຮົາກ່ອນ

  1. ການຂໍສິນເຊື່ອ

ການຂໍສິນເຊື່ອຜ່ານແອັບທ່ານຕ້ອງສົ່ງຂໍ້ມູນທີ່ຖືກຕ້ອງເປັນຈິງເພື່ອໃຫ້ພະນັກງານຂອງພວກເຮົາກວດສອບ, ພິຈາລະນາ ແລະ ສາມາດຕິດຕໍ່ກັບໄດ້. ບໍຄວນໃສ່ຂໍ້ມູນປອມຂໍ້ມູນທີ່ບໍ່ແມ່ນຄວາມຈິງ, ແອບອ້າງ ຫຼື ເອົາຂໍ້ມູນຂອງຄົນອື່ນມາໃສ່ແທນ

ນະໂຍບາຍຂໍ້ມູນສ່ວນຕົວ

ພວກເຮົາເກັບກຳຂໍ້ມູນສ່ວນຕົວຈາກທ່ານເມື່ອທ່ານໂພສຂາຍ ຫຼື ຂໍສິນເຊື່ອຈາກພວກເຮົາ. ມຫທຊ ຈະເກັບກຳຂໍ້ມູນຂອງທ່ານເພື່ອໃຊ້ຢັ້ງຢືນຕົວຕົນຜູ້ໃຊ້ ແລະ/ຫຼື ສະຖານທີ່ຕັ້ງ (ເຊິ່ງລວມມີ ຊື່, ອີເມວ, ເບີໂທ, ທີ່ຢູ່ປັດຈຸບັນ ແລະ ອື່ນໆ) ເມື່ອທ່ານອະນຸຍາດເທົ່ານັ້ນ. ພວກເຮົາເກັບຂໍ້ມູນສະເພາະເຫຼົ້ານີ້ເພື່ອດຳເນີນການໃຊ້ງານຕາມທີ່ສະເໜີໄວ້ໃນຂໍ້ກຳນົດຂອງ ມຫທຊ. ພວກເຮົາເກັບຂໍ້ມູນສ່ວນຕົວນີ້ຜ່ານການສະໝັກບັນຊີຜູ້ໃຊ້ງານ, ການໂພສຂາຍ, ການຂໍສິນເຊື່ອຕ່າງໆ ພວກເຮົາຈະບໍ່ເກັບກຳຂໍ້ມູນທີ່ມີຄວາມລະອຽດອ່ອນກ່ຽວກັບທ່ານ.

ການໃຊ້ຂໍ້ມູນສ່ວນຕົວຂອງທ່ານ

     ທ່ານຍິນຍອມໃຫ້ ມຫທຊ ເກັບກຳ ແລະນຳໃຊ້ຂໍ້ມູນສ່ວນຕົວຂອງທ່ານໃນການໃຫ້ບໍລິການສິນເຊື່ອ ໂດຍສະເພາະທ່ານຍີນຍອມໃຫ້ ມຫທຊ ເປີດເຜີຍຂໍ້ມູນຂອງທ່ານເຊັ່ນ ຊື່ນາມສະກຸນ, ເບີໂທ, ອີເມວ ແລະ ທີ່ຢູ່ ຂອງທ່ານໃຫ້ກັບພະນັກງານຂອງ ມຫທຊ ຫຼື ພາກສ່ວນທີສາມທີ່ກ່ຽວຂ້ອງກັບການໃຫ້ສິນເຊື່ອ, ທ່ານຍິນຍອມໃຫ້ ມຫທຊ ນຳໃຊ້ຂໍ້ມູນສ່ວນຕົວຂອງທ່ານເພື່ອຈຸດປະສົງໃນການໂຄສະນາ ແລະ ການຕະຫຼາດໂດຍກົງ ເພື່ອແຈ້ງໃຫ້ທ່ານຮູ້ກ່ຽວກັບສິນຄ້າ ແລະ ການບໍລິການທີ່ມີໃຫ້ ຫຼື ເລື່ອງອື່ນໆ ທີ່ທ່ານອາດຈະສົນໃຈ. ທ່ານຍິນຍອມໃຫ້ພວກເຮົາສົ່ງຈົດໝາຍການດຳເນີນການຊຳລະເງິນ, ການເກັບໜີ້ ແລະ ການໂຄສະນາທາງກົງ ຫຼື ອ້ອມຫາທ່ານ. ທ່ານຍິນຍອມໃຫ້ເປີດເຜີຍຂໍ້ມູນສ່ວນຕົວເຊັ່ນຊື່ນາມສະກຸນ, ທີ່ຢູ່ ແລະ ເບີໂທຂອງທ່ານໃຫ້ຄົນທົ່ວໄປເຫັນ ເມື່ອທ່ານໂພສຂາຍສິນຄ້າໃນແອັບ Mahathuen Mobile. ຫາກທ່ານຕ້ອງການຍົກເລີກການຮັບຂ່າວສານການຕະຫຼາດໂດຍກົງຈາກ MHTL ຫຼື ບໍ່ຕ້ອງການໃຫ້ເຮົາແບ່ງປັນຂໍ້ມູນສ່ວນຕົວຂອງທ່ານກັບພາກສ່ວນອື່ນ, ກະລຸນາສົ່ງອີເມລ໌ ຫາພວກເຮົາທີ່ This email address is being protected from spambots. You need JavaScript enabled to view it.. ພວກເຮົາຈະພະຍາຍາມປະຕິບັດຕາມຄຳຮ້ອງຂໍຂອງທ່ານພາຍໃນໄລຍະເວລາທີ່ເໝາະສົມຫຼັງຈາກໄດ້ຮັບການ ຮ້ອງຂໍຈາກທ່ານ. ກະລຸນາຮັບຊາບວ່າ ການໃຫ້ບຸກຄົນທີ່ສາມດຳເນີນການຍົກເລີກການໃຊ້ບໍລິການນັ້ນໝາຍເຖິງພວກເຮົາຈະບໍ່ສາມາດໃຫ້ບໍລິການ ໃດໆທ່ານໄດ້ອີກ. MHTL ຂໍສະຫງວນສິດໃນການເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານ ຫາກມີຄວາມຈຳເປັນຫຼືໄດ້ຮັບອະນຸຍາດໃນທາງກົດໝາຍ ຫຼືເພື່ອເປັນການປົກປ້ອງສິດ ຫຼື ຊັບສິນຂອງ MHTL ຫຼື ບຸກຄົນທີ່ສາມ ຫຼື ເພື່ອຫຼີກເວັ້ນຄວາມເສຍຫາຍໃດໆທີ່ອາດຈະເກີດຂຶ້ນກັບຜູ້ອື່ນ ໃນກໍລະນີທີ່ມີການຂາຍບໍລິສັດ ຫຼືຮ່ວມເຂົ້າກັບບໍລິສັດອື່ນ, ຂໍ້ມູນສ່ວນຕົວຂອງທ່ານບາງສ່ວນຫຼືທັງໝົດອາດຖືກໂອນຍ້າຍໄປໃຫ້ບຸກຄົນທີ່ສາມ.

ການເຂົ້າເຖິງຂໍ້ມູນ

      ມຫທຊ ຈະໃຊ້ທຸກຄວາມພະຍາຍາມເພື່ອຮັກສາຂໍ້ມູນສ່ວນຕົວຂອງທ່ານໄວ້ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ອັບເດດຢູ່ສະເໝີ, ມີຄວາມກ່ຽວຂ້ອງ ແລະ ບໍ່ເຮັດໃຫ້ເຂົ້າໃຈຜິດ. ກະລຸນາຕິດຕໍ່ຫາພວກເຮົາ ຖ້າທ່ານຕ້ອງການເຂົ້າເຖິງຂໍ້ມູນສ່ວນຕົວທີ່ທ່ານໄດ້ໃຫ້ ມຫທຊ ໄວ້. ພວກເຮົາຈະສະໜອງ ບັນຊີຂໍ້ມູນສ່ວນຕົວຂອງທ່ານໃຫ້ສົມບູນພາຍໃນໄລຍະເວລາທີ່ສົມເຫດສົມຜົນຫຼັງຈາກໄດ້ຮັບຄຳຮ້ອງຂໍຂອງທ່ານ. ກະລຸນາສົ່ງອີເມລ໌ຫາພວກເຮົາຖ້າທ່ານຕ້ອງການຮັບສຳເນົາຂອງຂໍ້ມູນນີ້ - This email address is being protected from spambots. You need JavaScript enabled to view it.. ທ່ານສາມາດຕິດຕໍ່ພວກເຮົາເພື່ອແກ້ໄຂຂໍ້ມູນສ່ວນຕົວໃດໆທີ່ບໍ່ຖືກຕ້ອງ, ບໍ່ຄົບຖ້ວນ ຫຼື ບໍ່ອັບເດດ ຫຼື ຮ້ອງຂໍໃຫ້ລຶບຂໍ້ມູນສ່ວນຕົວຂອງທ່ານ. ພວກເຮົາຈະດຳເນີນການຕາມຄຳຂໍ ຂອງທ່ານໃຫ້ໄວທີ່ສຸດຫຼັງຈາກໄດ້ຮັບການແຈ້ງຈາກທ່ານ. ການລຶບບັນຊີ ມຫທຊ ຂອງທ່ານ ບໍ່ໄດ້ໝາຍຄວາມວ່າຂໍ້ມູນສ່ວນຕົວຂອງທ່ານຈະຖືກລຶບ ໂດຍອັດຕະໂນມັດ. ຖ້າທ່ານຕ້ອງການໃຫ້ ມຫທຊ ລຶບຂໍ້ມູນສ່ວນຕົວທັງໝົດພ້ອມກັບການລຶບບັນຊີຂອງທ່ານ, ກະລຸນາເຮັດຕາມຂັ້ນຕອນທີ່ກ່າວມາຂ້າງເທິງ. ກະລຸນາຮັບຊາບວ່າ ການລຶບຂໍ້ມູນສ່ວນຕົວຂອງທ່ານອອກຈາກລະບົບເຮົານັ້ນ ໝາຍເຖິງທ່ານຍົກເລີກການໃຊ້ບໍລິການຈາກພວກເຮົາທັງໝົດ ແລະ ພວກເຮົາບໍ່ສາມາດດຳເນີນການຕາມຄຳຂໍຂອງທ່ານ ຖ້າຫາກມີຂໍ້ກຳນົດທາງກົດໝາຍໃດໆ ໃນການຮັກສາຂໍ້ມູນສ່ວນບຸກຄົນບາງສ່ວນຂອງທ່ານ. ພວກເຮົາອາດຈະຮຽກຮ້ອງໃຫ້ທ່ານພິສູດຕົວຕົນຂອງທ່ານກ່ອນທີ່ຈະໃຫ້ ສຳເນົາຂໍ້ມູນສ່ວນຕົວຂອງທ່ານ.

ການຕິດຕໍ່

ຖ້າຫາກທ່ານມີຄຳຄິດເຫັນ, ຄຳຖາມຕ່າງໆ ແລະ ຕ້ອງການສອບຖາມຂໍ້ມູນເພີ່ມເຕີມທີ່ກ່ຽວຂ້ອງກັບການນຳໃຊ້ຂໍ້ມູນສ່ວນຕົວຂອງທ່ານ ທ່ານສາມາດສົ່ງມາໄດ້ທີ່: This email address is being protected from spambots. You need JavaScript enabled to view it. ພວກເຮົາຍິນດີໃຫ້ບໍລິການ.