ທ່ານ ມານົບ ຕຣີລິດວິໄລ ຜູ້ອຳນວຍການ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ໄດ້ນຳສະເໜີ ຜົນການດໍາເນີນທຸລະກິດປະຈຳປີ 2022 ໃນງານສໍາມະນາພາຍໃຕ້ຫົວຂໍ້ “ບໍລິສັດຈົດທະບຽນພົບປະຜູ້ລົງທຶນ Opportunity Day” ໄດ້ຈັດຂື້ນໃນວັນທີ 17 ພຶດສະພາ 2023. ພາຍໃຕ້ການເປັນປະທານຂອງ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ
ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ໄດ້ນຳສະເໜີກ່ຽວກັບຜົນການດຳເນີນງານຂອງບໍລິສັດປີທີ່ຜ່ານມາ ແລະ ຍຸດທະສາດການດຳເນີນທຸລະກິດໃນອານາຄົດໄດ້ຢ່າງລະອຽດຄົບຖ້ວນ. ລວມທັງເປີດໂອກາດ ໃຫ້ແກ່ນັກລົງທຶນ ແລະ ຜູ້ທີ່ສົນໃຈ ສາມາດສອບຖາມບັນຫາ ຫລື ຂໍ້ສົງໄສຕ່າງໆ ຈາກຜູ້ບໍລິຫານຂອງບໍລິສັດ ແລະ ທາງເຮົາ ຍັງໄດ້ມອບຂອງຂວັນທີລະນືກແກ່ຜູ້ເຂົ້າສອບຖາມສະແດງຄວາມຄິດເຫັນອີກດ້ວຍ ໂດຍຜ່ານຊ່ອງທາງ ການເຂົ້າຮ່ວມແບບເຊິ່ງໜ້າ ຢູ່ທີ່ຊັ້ນ 8 ຕະຫຼາດຫຼັກຊັບລາວ ແລະ ຜ່ານທາງ online Facebook , ສ່ວນທ່ານໃດ ພາດໂອກາດງານໃນມື້ນັ້ນ ສາມາດຮັບຊົມຍ້ອນຫຼັງທີ່ https://fb.watch/kDWVkyCIjQ/

Image
Image
Image
Image