ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ໄດ້ເຂົ້າຮ່ວມພິທີມອບ-ຮັບລາງວັນ ການເປິດເຜີຍຂໍ້ມູນດີເດັ່ນ ແລະ ລາງວັນການຄຸ້ມຄອງບໍລິຫານດີເດັ່ນ ປະຈຳປີ 2023

Image

ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ໄດ້ເຂົ້າຮ່ວມພິທີມອບ-ຮັບລາງວັນການເປິດເຜີຍຂໍ້ມູນດີເດັ່ນ ແລະ ລາງວັນການຄຸ້ມຄອງບໍລິຫານດີເດັ່ນ ປະຈຳປີ 2023 ຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ (LSX Disclosure and CG Award 2023), ທີ່ ຕະຫຼາດຫລັກຊັບລາວ ຊັ້ນ 8. ເວລາ 9:00-12:00ໂມງ. ເຊິ່ງເປັນງານມອບ-ຮັບລາງວັນ ສຳຫລັບບໍລິສັດຈົດທະບຽນໃນຕະຫຼາດຫລັກຊັບລາວ ທີ່ມີຜົນງານດີເດັ່ນ,  ເຊີ່ງໃນປີນີ້ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ໄດ້ຮັບໃບຍ້ອງຍໍ ຈຳນວນ 2 ລາງວັນໄດ້ແກ່:

ໃບຍ້ອງຍໍ ການເປີດເຜີຍຂໍ້ມູນດີເດັ່ນປະເພດ I ປະຈຳປີ 2023

Image

ທ່ານຜູ້ອຳນວຍການໃຫ່ຍຕະຫລາດຫລັກຊັບລາວ ທ່ານ ສຸພັກ ຖິ່ນໄຊພອນ ໃຫ້ກຽດເປັນຜູ້ມອບລາງວັນ ໃນຄັ້ງນີ້ແກ່ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ຕ່າງໜ້າຮັບໂດຍ ທ່ານ ມານົບ ຕຣີລິດວິໄລ ຜູ້ອໍານວຍການ ມຫທຊ.

Image

ໃບຍ້ອງຍໍການຄຸ້ມຄອງບໍລິຫານດີເດັ່ນປະເພດ II ປະຈຳປີ 2023

Image

ທ່ານ ນ. ຟອງຈິນດາ ແສງສຸລິວົງ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັບຊັບລາວ ໃຫ້ກຽດເປັນຜູ້ມອບລາງວັນ ໃນຄັ້ງນີ້ແກ່ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ຕ່າງໜ້າຮັບໂດຍ ທ່ານ ມານົບ ຕຣີລິດວິໄລ ຜູ້ອໍານວຍການ ມຫທຊ.

Image